ຂັ້ນຕອນດຳເນີນການ
ພາກນີ້ໃຫ້ຄໍາແນະນໍາຂັ້ນຕອນໂດຍຂັ້ນຕອນກ່ຽວກັບວິທີການກະກຽມວັດຖຸສິ້ນເປືອງ, ເຈືອຈາງຄັງເກັບ ແລະ ການຕັ້ງຄ່າການແລ່ນການຈັດລໍາດັບ.
ເມື່ອຈັດການກັບສານທີ່ໃຊ້ເປັນຕົວທຳປະຕິກິລິຍາ ແລະ ສານເຄມີອື່ນໆ, ໃຫ້ໃສ່ແວ່ນຕານິລະໄພ, ເສື້ອຄຸມຫ້ອງທົດລອງ ແລະ ຖົງມືທີ່ບໍ່ມີແປ້ງ.
ໃຫ້ແນ່ໃຈວ່າທ່ານມີວັດຖຸສິ້ນເປືອງ ແລະ ອຸປະກອນທີ່ຈໍາເປັນກ່ອນທີ່ຈະເລີ່ມຂັ້ນຕອນດຳເນີນການ. ເບິ່ງວັດຖຸສິ້ນເປືອງ ແລະ ອຸປະກອນ.
ປະຕິບັດຕາມຂັ້ນຕອນດຳເນີນການຕາມລໍາດັບທີ່ສະແດງ, ດ້ວຍການໃຊ້ປະລິມານ, ອຸນຫະພູມ ແລະ ໄລຍະເວລາທີ່ລະບຸໄວ້.
ທ່ານສາມາດລິເລີ່ມການແລ່ນການຈັດລຳດັບໂດຍການເລືອກໜຶ່ງໃນປະເພດການແລ່ນຕໍ່ໄປນີ້:
| • | ແຜນການແລ່ນ. ເບິ່ງເລີ່ມແຜນການແລ່ນ. |
| • | ການແລ່ນດ້ວຍຕົນເອງທີ່ສ້າງໄຟລ໌ BCL ເທົ່ານັ້ນ. ເບິ່ງເລີ່ມການແລ່ນດ້ວຍຕົວເອງ (ສ້າງ BCLs ເທົ່ານັ້ນ). |
| • | ການແລ່ນດ້ວນຕົນເອງທີ່ໃຊ້ເອກະສານຕົວຢ່າງສໍາລັບການວິເຄາະໃນເຄື່ອງ. ເບິ່ງເລີ່ມການແລ່ນດ້ວຍຕົນເອງ (ນຳເຂົ້າເອກະສານຕົວຢ່າງ). |
ຖ້າການວິເຄາະຂໍ້ມູນໃນຄລາວ, ການວິເຄາະຂັ້ນສອງຈະເລີ່ມຕົ້ນໂດຍອັດຕະໂນມັດຢູ່ໃນ BaseSpace Sequence Hub ຫຼື ICA. ຖ້າການວິເຄາະຂໍ້ມູນຢູ່ໃນເຄື່ອງ, ການວິເຄາະໃນອຸປະກອນເລີ່ມຕົ້ນໂດຍອັດຕະໂນມັດ ແລະ ໄຟລ໌ຜົນໄດ້ຮັບຈະຖືກເກັບໄວ້ໃນໂຟນເດີຜົນໄດ້ຮັບທີ່ເລືອກ.
ຖ້າບ່ອນເກັບຂໍ້ມູນບໍ່ພຽງພໍເພື່ອເລີ່ມການແລ່ນ, ຂໍ້ຄວາມສະແດງຂໍ້ຜິດພາດຈະເຕືອນໃຫ້ທ່ານລຶບພື້ນທີ່ໃຫ້ຫວ່າງ.
ສໍາລັບຕົວຢ່າງໂຄງປະກອບໂຟນເດີຜົນໄດ້ຮັບຂອງຂໍ້ມູນ, ເບິ່ງຜົນໄດ້ຮັບການຈັດລຳດັບ.
